ລະບົບການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດ
ສິ່ງທີ່ທ່ານຈະຮຽນຮູ້
ພາບລວມຂອງຫຼັກສູດ
ຫຼັກສູດການຮຽນອອນໄລເລື່ອງລະບົບການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດນີ້ ສ້າງຂຶ້ນມາເພື່ອໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈຂັ້ນພື້ນຖານກ່ຽວກັບລະບົບການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດຂອງຫ້ອງວິເຄາະ ໂດຍອີງໃສ່ “ມາດຕະຖານຄຸນນະພາບດ້ານວຽກງານວິເຄາະການແພດແຫ່ງຊາດ, 2018” ເປັນຫຼັກ, “ມາດຕະຖານ ISO 15189” ແລະ WHO Laboratory Quality Stepwise Implementation tool. ບັນດາມາດຕະຖານໄດ້ກໍານົດໃຫ້ມີການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄຸນນະພາບ ແລະ ຮັບປະກັນຄວາມອາດສາມາດຂອງພະນັກງານວິເຄາະ, ຜົນການກວດວິເຄາະທີ່ສອດຄ່ອງ ແລະ ເຊື່ອຖືໄດ້. ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄຸນນະພາບທີ່ເຂັ້ມແຂງ ແມ່ນສໍາຄັນໃນການປັບປຸງຄວາມປອດໄພຂອງຄົນເຈັບ, ຫຼຸດຜ່ອນຄວາມຜິດພາດ, ເພີ່ມປະສິດທິພາບ ແລະ ຮັບປະກັນການປະຕິບັດຕາມຂໍ້ກໍານົດກົດລະບຽບ.
ຫຼັກສູດນີ້ຖືກອອກແບບມາສໍາລັບຫົວໜ້າຫ້ອງວິເຄາະ, ພະນັກງານຄຸ້ມຄອງຄຸນນະພາບ, ພະນັກງານວິເຄາະ ແລະ ຜູ້ທີ່ມີສ່ວນຮ່ວມໃນຂະບວນການຮັບຮອງຄຸນນະພາບຫ້ອງວິເຄາະທາງການແພດ. ຜູ້ເຂົ້າຮ່ວມການອົບຮົມຈະເຂົ້າໃຈຫຼັກການ, ຮຽນຮູ້ວິທີການຈັດຕັ້ງປະຕິບັດ, ການບຳລຸງຮັກສາ ແລະ ປັບປຸງລະບົບການຄຸ້ມຄອງຄຸນນະພາບທີ່ເຂັ້ມແຂງໃຫ້ສອດຄ່ອງກັບຂໍ້ກຳນົດຂອງມາດຕະຖານຄຸນນະພາບດ້ານວຽກງານວິເຄາະການແພດແຫ່ງຊາດ.
ຈຸດປະສົງການຮຽນຮູ້ຫຼັກ
- ຮູ້ຄວາມສຳຄັນຂອງລະບົບການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດ
- ເຂົ້າໃຈຫຼັກການພື້ນຖານ ແລະ ການຈັດຕັ້ງປະຕິບັດການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດ
- ຮູ້ມາດຕະຖານຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດ
- ຮູ້ຕົວຊີ້ວັດ ແລະ ຂໍ້ຮຽກຮ້ອງ ທີ່ຕ້ອງໄດ້ປະຕິບັດ ເພື່ອໃຫ້ບັນລຸມາດຕະຖາອີງຕາມຂໍ້ກຳນົດໃນມາດຕະຖານ
- ຮູ້ບັນດາເອກະສານຕ່າງໆທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດ
- ເຂົ້າໃຈການຕິດຕາມລະບົບການຄຸ້ມຄອງຄຸນນະພາບ ແລະ ສ້າງແຜນໃນການປັບປຸງຢ່າງຕໍ່ເນື່ອງ
- ສາມາດພັນຂະຫຍາຍ ລະບົບການຄຸ້ມຄອງຄຸນນະພາບ ເຂົ້າໃນການຈັດຕັ້ງປະຕິບັດຫ້ອງວິເຄາະ
ໃບຢັ້ງຢືນ
ຂໍ້ກໍານົດໃນການໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມການອົບຮົມລະບົບການຄຸ້ມຄອງຄຸນນະພາບວຽກງານວິເຄາະການແພດ ແມ່ນຕ້ອງຮຽນຄົບທຸກບົດຮຽນໃນຫຼັກສູດ ແລະ ມີສ່ວນຮ່ວມກິດຈະກຳໃນແຕ່ລະບົດຮຽນຢ່າງຄົບຖ້ວນ. ຜູ້ເຂົ້າຮ່ວມການອົບຮົມສາມາດ ເບີ່ງ ແລະ ດາວໂຫລດໃບຢັ້ງຢືນໄດ້ຈາກເມນູດາວໂຫລດໃບຢັ້ງຢືນ. ໃບຢັ້ງຢືນແມ່ນມີອາຍຸນຳໃຊ້ພາຍໃນ 2 ປີ ທີ່ຜ່ານການອົບຮົມດ້ວຍຕົວເອງ.
ເນື້ອຫາຫຼັກສູດ
ຫຼັກສູດນີ້ລວມມີ:
- ວິດີໂອບັນຍາຍຕາມຄວາມຕ້ອງການ
- ເອກະສານທີ່ດາວໂຫຼດໄດ້
- ເຂົ້າເຖິງໄດ້ຕະຫຼອດຊີວິດ
- ເຂົ້າເຖິງໄດ້ທັງມືຖື ແລະ ຄອມພິວເຕີ
- ໃບຢັ້ງຢືນການສຳເລັດ